Fedora Community Operations Team
The Fedora Community Operations Team provides tools, resources, and utilities for different sub-projects of Fedora to improve effective communication.
ຂໍ້ມູນທີມ
URL ຂອງທີມ |
|
ສະຖານະຂອງທີມ |
Active |
ຟໍຣຳ (Forum) |
|
ຫ້ອງແຊັດ (Chat) |
|
ລະບົບຕິດຕາມວຽກ (Issue tracker) |
|
ກຳນົດການປະຊຸມ |
|
ວາລະການປະຊຸມ (ກອງປະຊຸມແບບພາບແລະສຽງ) |
|
ບັນທຶກການປະຊຸມ (ກອງປະຊຸມຜ່ານ Matrix) |
ວິໄສທັດ
ເພື່ອສົ່ງເສີມຊຸມຊົນ Fedora ທີ່ມີຄວາມໂປ່ງໃສ, ເປີດກວ້າງໃຫ້ທຸກຝ່າຍມີສ່ວນຮ່ວມ, ແລະ ນຳໃຊ້ຂໍ້ມູນເປັນຫຼັກ ເຊິ່ງຊ່ວຍຊຸກຍູ້ການຮ່ວມມື, ຍອມຮັບຄວາມແຕກຕ່າງ, ແລະ ພັດທະນາຢ່າງຕໍ່ເນື່ອງ. ພວກເຮົາຕັ້ງເປົ້າໝາຍໃຫ້ເປັນຊຸມຊົນທີ່ ຜູ້ປະກອບສ່ວນ, ທີມງານ, ແລະ ຜູ້ນຳ ມີຂໍ້ມູນທີ່ຊັດເຈນ, ມີເຄື່ອງມື, ແລະ ການສະໜັບສະໜູນທີ່ຈຳເປັນ ເພື່ອຮັກສາລະບົບນິເວດໂອເພນຊອດ (open source) ໃຫ້ເຕີບໃຫຍ່ຂະຫຍາຍຕົວ.
ພັນທະກິດ
ທີມ Fedora Community Operations Team (CommOps) ສ້າງຄວາມເຂັ້ມແຂງໃຫ້ກັບໂຄງການ Fedora ໂດຍການເຊື່ອມຕໍ່ຜູ້ຄົນ, ຂໍ້ມູນ, ແລະ ຂັ້ນຕອນຕ່າງໆ ເພື່ອສ້າງຊຸມຊົນທີ່ມີຄວາມເຂັ້ມແຂງ, ມີຂໍ້ມູນຄົບຖ້ວນ, ແລະ ມີຄວາມເປັນເອກະພາບ. ຝ່າຍປະຕິບັດການຊຸມຊົນ (Community Operations) ສະໜັບສະໜູນວົງຈອນການຮ່ວມມືຂອງຊຸມຊົນ ໂດຍການຊ່ວຍເຫຼືອຜູ້ປະກອບສ່ວນ ແລະ ຮັກສາຄວາມໝັ້ນຄົງຂອງທີມງານ ຜ່ານການວິເຄາະຂໍ້ມູນ, ການສື່ສານທີ່ຊັດເຈນ, ແລະ ຂັ້ນຕອນການເຮັດວຽກທີ່ດີເລີດ.
ຂົງເຂດຈຸດສຸມ
-
ກິດຈະກຳຊຸມຊົນ: ສະໜັບສະໜູນທີມງານ ແລະ ໂຄງການຕ່າງໆຂອງຊຸມຊົນ ເພື່ອສ້າງການມີສ່ວນຮ່ວມຂອງຜູ້ປະກອບສ່ວນ ແລະ ການເຕີບໂຕຂອງຊຸມຊົນ.
-
ການດູແລ ແລະ ການຮ່ວມມືໃນຊຸມຊົນ: ຮ່ວມມືກັບກຸ່ມເຮັດວຽກດ້ານການດູແລ (moderation) ເພື່ອສົ່ງເສີມວັດທະນະທຳຊຸມຊົນທີ່ປອດໄພ, ໃຫ້ກຽດເຊິ່ງກັນແລະກັນ, ແລະ ເປີດຮັບທຸກຄວາມຄິດເຫັນ.
-
ຂໍ້ມູນ ແລະ ການວິເຄາະ: ສ້າງ ແລະ ຮັກສາລະບົບວິເຄາະຂໍ້ມູນທີ່ຖືກຕ້ອງຕາມຈັນຍາບັນ ແລະ ຄຳນຶງເຖິງຄວາມເປັນສ່ວນຕົວ ເພື່ອໃຫ້ເຫັນພາບລວມຂອງສຸຂະພາບຊຸມຊົນ, ການມີສ່ວນຮ່ວມ, ແລະ ແນວໂນ້ມຕ່າງໆ.
-
ກິດຈະກຳ ແລະ ການປະຊາສຳພັນ: ຮ່ວມມືກັບຜູ້ຈັດງານ ແລະ ທີມງານປະຊາສຳພັນ ເພື່ອສ້າງປະສົບການທີ່ດີໃຫ້ກັບຊຸມຊົນ, ຕັ້ງແຕ່ການປະຊຸມລະດັບໂລກ ຈົນເຖິງການພົບປະໃນທ້ອງຖິ່ນ.
-
ການປັບປຸງຂັ້ນຕອນ ແລະ ການບົ່ມເພາະ: ທົດລອງ ແລະ ພັດທະນາວິທີການ, ເຄື່ອງມື, ແລະ ຂັ້ນຕອນການເຮັດວຽກໃໝ່ໆ ເພື່ອປັບປຸງການຮ່ວມມື, ການສື່ສານ, ແລະ ການພັດທະນາຂອງ Fedora.
ເປົ້າໝາຍ ແລະ ຈຸດປະສົງ
ຕົວຢ່າງຂອງວຽກງານທີ່ Fedora Community Operations Team ໃຫ້ຄວາມສຳຄັນ:
-
ເຮັດວຽກຢ່າງໃກ້ຊິດກັບ Fedora Community Architect ເພື່ອຈັດລຳດັບຄວາມສຳຄັນຂອງວຽກງານ
-
ຊ່ວຍເຫຼືອ Fedora Operations Architect ໃນການກຽມຄວາມພ້ອມສຳລັບການປ່ອຍເວີຊັນໃໝ່
-
ສະໜັບສະໜູນການກຽມການ ແລະ ການຈັດການເລືອກຕັ້ງ Fedora Elections
-
ເຮັດວຽກຮ່ວມກັບໂຄງການຍ່ອຍ ແລະ ທີມງານຕ່າງໆ ເພື່ອປັບປຸງວິທີການ ແລະ ຂັ້ນຕອນການຮັບສະມາຊິກໃໝ່
-
ໃຊ້ຕົວຊີ້ວັດ ແລະ ຂໍ້ມູນ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບຊຸມຊົນ Fedora
-
ສະໜັບສະໜູນການພັດທະນາເຄື່ອງມືສຳລັບການວັດແທກຕົວຊີ້ວັດ
-
ຕິດຕໍ່ພວກເຮົາ
ທີມ Fedora Community Operations Team ນຳໃຊ້ແທັກໃນຟໍຣຳ Fedora Discussion ແລະ ຫ້ອງແຊັດ Fedora Chat/Matrix ໃນການສື່ສານ.
ແທັກຟໍຣຳ Fedora Discussion ແມ່ນເໝາະສຳລັບການສື່ສານ ແບບ ບໍ່ພ້ອມກັນ (asynchronous). ເຊິ່ງໝາຍຄວາມວ່າມັນເໝາະສຳລັບຄຳຖາມ ຫຼື ຫົວຂໍ້ທີ່ບໍ່ຟ້າວຟັ່ງ, ເຊິ່ງຄົນອື່ນສາມາດເຂົ້າມາຕອບໃນພາຍຫຼັງໄດ້. ມັນດີກວ່າສຳລັບການສົນທະນາທີ່ຍາວ ແລະ ມີການແລກປ່ຽນກັນເປັນໄລຍະ.
ຫ້ອງ Fedora Chat/Matrix ແມ່ນເໝາະສຳລັບການສື່ສານ ແບບ ພ້ອມກັນ (synchronous). ໝາຍຄວາມວ່າມັນເໝາະສຳລັບການແລກປ່ຽນຄວາມຄິດເຫັນແບບທັນທີທັນໃດ ຄືກັນກັບການສົນທະນາປົກກະຕິ. ມັນມີປະໂຫຍດຫຼາຍສຳລັບການລົມກັນແບບສົດໆ (real-time) ຫຼື ເວລາຕ້ອງການໃຫ້ໃຜຜູ້ໜຶ່ງສົນໃຈເລື່ອງໃດໜຶ່ງໂດຍດ່ວນ.
- ແທັກຟໍຣຳ Fedora Discussion
-
https://discussion.fedoraproject.org/tags/c/project/7/commops-team
- ຫ້ອງ Fedora Chat/Matrix
ຂັ້ນຕອນການເຮັດວຽກ
ທີມ Fedora Community Operations Team ນຳໃຊ້ຂັ້ນຕອນການເຮັດວຽກແບບອີງຕາມທິກເກັດ (ticket) ເພື່ອຕິດຕາມວຽກງານຂອງພວກເຮົາ. ທ່ານສາມາດເບິ່ງບ່ອນເກັບທິກເກັດໄດ້ທີ່ Forgejo. ທິກເກັດຕ່າງໆຈະຢູ່ໃນແຖບ Issues ຢູ່ແຖບຂ້າງ.
ມີການນຳໃຊ້ປ້າຍຊື່ (labels) ຫຼາຍແບບເພື່ອຈັດໝວດໝູ່ ແລະ ຄັດກອງ GitLab Issues. ສຳລັບວຽກທີ່ເໝາະສຳລັບຜູ້ເລີ່ມຕົ້ນ, ໃຫ້ເບິ່ງທີ່ແທັກ good first issue.
ການປະຊຸມ
ທີມ Fedora Community Operations Team ຈັດການປະຊຸມທຸກໆສອງອາທິດ ເພື່ອຕິດຕາມວຽກງານ ແລະ ວາງແຜນຕໍ່ໜ້າ. ເຊິ່ງລວມເປັນສອງຄັ້ງຕໍ່ເດືອນ. ການປະຊຸມຄັ້ງໜຶ່ງແມ່ນຈັດຜ່ານການແຊັດໃນຫ້ອງ Matrix. ສ່ວນອີກຄັ້ງໜຶ່ງແມ່ນຈັດແບບໂທເຫັນພາບແລະສຽງ. ທ່ານສາມາດກວດເບິ່ງວັນ ແລະ ເວລາປະຊຸມຄັ້ງຕໍ່ໄປໄດ້ທີ່ Fedora Calendar.
ບັນທຶກການປະຊຸມຜ່ານການແຊັດໃນຄັ້ງຜ່ານໆມາ ແມ່ນຖືກເກັບໄວ້ໃນ Møte.
ຮູບແບບການປະຊຸມ
ທ່ານສາມາດເບິ່ງວາລະການປະຊຸມທີ່ຈະມາເຖິງໄດ້ທີ່ SFC Etherpad. ການປະຊຸມຈະແບ່ງອອກເປັນ 6 ພາກສ່ວນ:
-
ແນະນຳຕົວ, ກ່າວຕ້ອນຮັບ ແລະ ທັກທາຍ: ປະມານ 5 ນາທີ. ລໍຖ້າໃຫ້ສະມາຊິກເຂົ້າມາຄົບ, ເປີດໂອກາດໃຫ້ແນະນຳຕົວເອງ, ແລະ ຖາມຄຳຖາມທົ່ວໄປ.
-
ແຈ້ງການ ແລະ ຂ່າວສານຂອງທີມ: ປະມານ 5-10 ນາທີ. ແບ່ງປັນຂ່າວສານ ຫຼື ການອັບເດດຕ່າງໆຂອງ Fedora ໃຫ້ກັບທີມງານຮັບຊາບ.
-
ການອັບເດດຈາກຜູ້ຮ່ວມນຳພາໂຄງການ (Initiative Co-leads): ປະມານ 5-10 ນາທີ. ແຈ້ງການອັບເດດຈາກ Fedora Council ໂດຍຜູ້ຮ່ວມນຳພາໂຄງການ (ຖ້າມີ).
-
ການຕິດຕາມວຽກຈາກການປະຊຸມຄັ້ງກ່ອນ (ຖ້າມີ): ປະມານ 5-10 ນາທີ. ຕິດຕາມຄວາມຄືບໜ້າຂອງວຽກທີ່ຍັງຄ້າງຄາຈາກການປະຊຸມຄັ້ງຜ່ານມາ.
-
ປຶກສາຫາລືເລື່ອງທິກເກັດ: ໃຊ້ເວລາທີ່ເຫຼືອຂອງການປະຊຸມ. ສົນທະນາ ແລະ ຕິດຕາມທິກເກັດທີ່ ຖືກໝາຍໄວ້ສຳລັບການປະຊຸມ.
-
ສົນທະນາທົ່ວໄປ (Open floor): 5-10 ນາທີສຸດທ້າຍຂອງການປະຊຸມ. ການສົນທະນາທົ່ວໄປ ຫຼື ອອກຄຳເຫັນ, ຫຼື ໃຊ້ເວລາເພື່ອລົມຄືນກ່ຽວກັບເລື່ອງຕ່າງໆທີ່ເກີດຂຶ້ນລະຫວ່າງການປະຊຸມ.
ມີສ່ວນຮ່ວມກັບພວກເຮົາ
ອ່ານຄູ່ມືກ່ຽວກັບ ວິທີການເຂົ້າຮ່ວມທີມ Fedora Community Operations Team.
ທີມງານຂອງພວກເຮົາຍິນດີຕ້ອນຮັບຜູ້ປະກອບສ່ວນໃໝ່ສະເໝີ. ບໍ່ວ່າທ່ານຈະເປັນມືໃໝ່ ຫຼື ຜູ້ທີ່ມີປະສົບການມາກ່ອນ, ກໍມີຫຼາຍວິທີທີ່ຈະມີສ່ວນຮ່ວມໄດ້. ເຂົ້າຮ່ວມກັບທີມງານຂອງພວກເຮົາເພື່ອເຮັດສິ່ງເຫຼົ່ານີ້:
-
ສ້າງຜົນງານ (portfolio) ຂອງທ່ານໃນດ້ານການບໍລິຫານຈັດການຊຸມຊົນໂອເພນຊອດ
-
ເຫັນຜົນໄດ້ຮັບຈາກການປະກອບສ່ວນຂອງທ່ານໂດຍກົງໃນໄລຍະຍາວ
-
ໄດ້ຮຽນຮູ້ພາບລວມຂອງໂຄງການ Fedora ແລະ ເຂົ້າໃຈວ່າແຕ່ລະພາກສ່ວນເຮັດວຽກຮ່ວມກັນແນວໃດ
-
ເຮັດວຽກໂດຍກົງກັບທີມຜູ້ນຳຂອງໂຄງການ Fedora
-
ເຮັດວຽກຮ່ວມກັບເພື່ອນຮ່ວມທີມຈາກທົ່ວທຸກມຸມໂລ
-
ກ້າວໄປສູ່ການເປັນຊຸບເປີຮີໂຣຂອງຊຸມຊົນ
Want to help? Learn how to contribute to Fedora Docs ›
